[dt_sc_iconbox type=”type2″ icon_type=”none” title=”ມາດຕະຖານດ້ານການວາງແຜນ” subtitle=”1″ class=”custom-style alignleft”]
ເກນມາດຕະຖານ:
- ມີການປະຊຸມຮ່ວມກັນໃນການຈັດການວາງແຜນ
- ມີການຈັດກຽມແຜນການດຳເນີນງານ ແລະ ແຜນປະຕິບັດກິດຈະກຳປະຈຳປີ
- ແຜນປະຕິບັດກິດຈະກຳປະຈຳມີຄວາມສອດຄ່ອງກັບ ວັດຖຸປະສົງ ວິໄສທັດ ແລະ ຄຸນລັກສະນະຂອງນັກສຶກສາທີ່ວັດຖຸປະສົງ
- ມີການກຳນົດດັດສະນີຊີ້ວັດຄວາມສຳເລັດ ເປົ້າໝາຍ ກຳນົດໄລຍະເວລາການຈັດກິດຈະກຳ, ງົບປະມານ ແລະ ຜູ້ຮັບຜິດຊອບໃນແຜນປະຕິບັດກິດຈະກຳປະຈຳປີທີ່ຊັດແຈ້ງ ຄົບທຸກໂຄງການ.
- ມີການປັບປຸງແຜນປະຕິບັດກິດຈະກຳປະຈຳປີຢ່າງນ້ອຍ ປີລະ 1 ຄັ້ງ.
ຕົວຢ່າງແນວທາງປະຕິດບັດ:
- ມີການປະຊຸມຮ່ວມກັນໃນການຈັດການແຜນການດຳເນີນວຽກງານໃນພາບລວມ ຕະຫຼອດປິສົກຮຽນ ພ້ອມທັງຂຽນລາຍງານການປະຊຸມ ແລະ ຜູ້ເຂົ້າຮ່ວມປະຊຸມ.
- ມີການຈັດການແຜນການດຳເນີນວຽກງານ ແລະ ແຜນປະຕິບັດປະຈຳສົກຮຽນ ໂດຍການຂຽນແຜນການດຳເນີນວຽກງານຕະຫຼອດປີສົກຮຽນ ພ້ອມທັງລາຍລະອຽດໂຄງການ/ກິດຈະກຳ.
- ແຜນປະຕິບັດວຽກກິດຈະກຳປະຈຳປີ ມີການວິເຄາະຄວາມສອດຄ່ອງກັບ ວັດຖຸປະສົງ, ວິໄສທັດ ຂອງສະມາຄົມ ແລະ ຄຸນລັກສະນະຂອງນັກສຶກສາທີ່ເພິ່ງປະສົງ ທີ່ວິທະຍາໄລກຳນົດໃຫ້ເທົ່ານັ້ນ.
- ມີການແກ້ໄຂປັບປຸງແຜນປະຕິບັດກິດຈະກຳປະຈຳປີຢ່າງນ້ອຍປີລະ 1 ຄັ້ງ ໂດຍມີຫຼັກຖານການວິເຄາະຜົນການດຳເນີນງານວ່າເປັນໄປຕາມແຜນ ບັນລຸເປົ້າໝາຍຫຼືບໍ່ ເພື່ອວິເຄາະເຖິງສາເຫດ ແລະ ການປັບປຸງແຜນປະຕິບັດກິດຈະກຳປະຈຳປີ.
[/dt_sc_iconbox][dt_sc_empty_space margin_lg=”146″ margin_md=”” margin_sm=”” margin_xs=”” el_id=”1545983840211-2e91154b-3e06″][dt_sc_iconbox type=”type2″ icon_type=”none” title=”ມາດຕະຖານດ້ານການປະຕິບັດວຽກງານຕາມແຜນ” subtitle=”2″ class=”custom-style alignright”]
ເກນມາດຕະຖານ:
- ມີການດຳເນີນວຽກງານຕາມແຜນປະຕິບັດກິດຈະກຳປະຈຳປີ ຢ່າງນ້ອຍ 80/100.
- ມີການຈັດການຜັງການດຳເນີນວຽກງານ ຫລື ຂະບວນການ ລະບຸຜູ້ຮັບຜິດຊອບ ໃຫ້ຈະແຈ້ງທຸກໂຄງການ.
- ມີການເກັບລວບລວມຂໍ້ມູນຜົນການດຳເນີນວຽກງານ ເຊັ່ນ ຈຳນວນຜູ້ເຂົ້າຮ່ວມກິດຈະກຳ ປະເພດຂອງຜູ້ເຂົ້າຮ່ວມກິດຈະກຳ ແລະ ງົບປະມານທີ່ໃຊ້ໃນທຸກໂຄງການ.
- ມີການສຳຫຼວດຄວາມເພິ່ງພໍໃຈຂອງຜູ້ທີ່ມີສ່ວນໄດ້ ແລະ ເສຍ ທຸກໂຄງການ (ນັກສຶກສາທີ່ເປັນກຳມະການ ນັກສຶກສາທີ່ ເຂົ້າຮ່ວມ, ອາຈານທີ່ປຶກສາ ຜູ້ກ່ຽວຂ້ອງອື່ນໆ)
- ມີການວິເຄາະຜົນການສຳຫຼວດ ແລ້ວນຳຜົນການສຳຫຼວດໄປປັບປຸງການດຳເນີນວຽກງານທຸກໂຄງການ.
ຕົວຢ່າງແນວທາງປະຕິບັດ:
- ມີການດຳເນີນງານຕາມແຜນປະຕິບັດກິດຈະກຳປະຈຳປີ ຢ່າງນ້ອຍ 80% ໂດຍມີລາຍງານສະຫຼຸບຜົນການດຳເນີນນງານໃນແຕ່ລະໂຄງການກິດຕະກຳທີ່ກຳນົດໄວ້ຕາມແຜນປະຕິບັດກິດຈະກຳປະຈຳປີ.
- ມີການຈັດການຜັງການດຳເນີນວຽກງານ ຫລື ຂະບວນການ ລະບຸຜູ້ຮັບຜິດຊອບໃຫ້ຈະແຈ້ງທຸກໂຄງການ ເພື່ອໃຫ້ການປະຕິບັດວຽກງານມີຄວາມສະດວກສະບາຍໃນການປະສານງານໃນແຕ່ລະຂັ້ນຕອນ ໂດຍມີຫຼັກຖານຜັງການດຳເນີນງານທີ່ຊັດເຈນ.
- ມີການເກັບລວບລວມຂໍ້ມູນທີ່ມີການດຳເນີນວຽກງານ ເຊັ່ນ ມີຫຼັກຖານຈຳນວນຜູ້ເຂົ້າຮ່ວມກິດຈະກຳ ແລະ ງົບປະມານທີ່ໃຊ້ແທ້ຈິງ ໃນທຸກໂຄງການທີ່ມີການດຳເນີນວຽກງານເພື່ອເປັນຂໍ້ມູນປະກອບການພິຈາລະນາທົບທວນການຈັດການແຜນປະຕິບັດກິດຈະກຳໃນປີຕໍ່ໄປ.
- ມີການສຳຫຼວດຄວາມເພິ່ງພໍໃຈຂອງຜູ້ທີ່ມີສ່ວນໄດ້ເສຍໃນທຸກໂຄງການ ໂດຍສ້າງແບບສຳຫຼວດຄວາມເພິ່ງພໍໃຈໃນແຕ່ລະໂຄງການກິດຈະກຳທີ່ມີການດຳເນີນວຽກງານ ຈາກກຸ່ມນັກສຶກສາທີ່ເປັນກຳມະການ ນັກສຶກສາທີ່ເຂົ້າຮ່ວມ ອາຈານທີ່ປຶກສາ ແລະ ຜູ້ກ່ຽວຂ້ອງອື່ນໆ.
- ມີການວິເຄາະຜົນການສຳຫຼວດ ແລ້ວນຳຜົນການສຳຫຼວດໄປປັບປຸງການດຳເນີນວຽກງານທຸກໂຄງການ ໂດຍມີລາຍງານປະຊຸມ ຫລື ລາຍງານອື່ນໆ ທີ່ລະບຸຂໍ້ມູນການນຳຜົນການສຳຫຼວດໄປແກ້ໄຂການດຳເນີນວຽກງານທຸກໂຄງການແນວໃດ.
[/dt_sc_iconbox][dt_sc_empty_space margin_lg=”146″ margin_md=”” margin_sm=”” margin_xs=”” el_id=”1545983850470-e7e92013-bfd4″][dt_sc_iconbox type=”type2″ icon_type=”none” title=”ມາດຕະຖານການກວດສອບ ແລະ ປະເມີນຜົນ” subtitle=”3″ class=”custom-style reverse alignleft”]
ເກນມາດຕະຖານ:
- ມີການຈັດການແຜນການກວດສອບ ແລະ ປະເມີນຄວາມສຳເລັດຂອງສະມາຄົມ (ຄະນະສະມາຄົມ, ຄະນະບໍລິຫານງານ ແລະ ຝ່າຍຄະນະກິດຈະກຳ )
- ມີການວາງກອບ ແລະ ຈັດສ້າງເຄື່ອງມີການກວດສອບ ແລະ ປະເມີນຜົນງານຄວາມສຳເລັດຂອງສະມາຄົມ
- ແຕ່ງຕັ້ງຄະນະກຳມະການເພື່ອກວດສອບ ແລະ ປະເມີນຜົນການດຳເນີນວຽກງານ
- ມີການລາຍງານການປະເມີນຕົນເອງ (SAR) ແລະ ຈັດສົ່ງໃຫ້ຄະນະກຳມະການຕາມຂໍ້ C ເພື່ອດຳເນີນການກວດສອບ ແລະ ປະເມີນຜົນການດຳເນີນວຽກງານ
- ມີການຈັດສົ່ງລາຍງານການປະເມີນຕົນເອງ ແລະ ລາຍງານຜົນການປະເມີນຈາກຄະນະກຳມະການ ໃຫ້ສະມາຄົມໃນເວລາທີ່ກຳນົດ
ຕົວຢ່າງແນວທາງປະຕິບັດ
- ມີການຈັດການແຜນການກວດສອບ ແລະ ປະເມີນຄວາມສຳເລັດຂອງສະມາຄົມທີ່ກຳນົດໄລຍະເວລາໃນການກວດສອບ ໂດຍຄະນະສະມາຄົມ, ຄະນະບໍລິຫານງານ ແລະ ຝ່າຍຄະນະກິດຈະກຳ
- ມີການວາງກອບ ແລະ ຈັດສ້າງເຄື່ອງມືການກວດສອບ ແລະ ປະເມີນຜົນງານຂອງຝ່າຍກິດຈະກຳ ໂດຍມີວາງຈຸດມຸ້ງໝາຍໃນນະໂຍບາຍ ວັດຖຸປະສົງ ແນວທາງການກວດສອບ ແລະ ແບບຟອມຕ່າງໆ ເພື່ອເປັນເຄື່ອງມືໃນການກວດສອບ ໃນແຕ່ລະຝ່າຍກິດຈະກຳ
- ແຕ່ງຕັ້ງຄະນະກຳມະການເພື່ອກວດສອບ ແລະ ປະເມີນຜົນການດຳເນີນງານ ໂດຍມີການພິຈາລະນາແຕ່ງຕັ້ງຜູ້ແທນຈາກ ຄະນະສະມາຄົມ ແລະ ອາຈານຜູ້ຮັບຜິດຊອບກິດຈະກຳ ປະມານ 3 – 4ຄົນ.
- ມີການລາຍງານການປະເມີນຕົນເອງ (SAR) ແລະ ຈັດສົ່ງໃຫ້ຄະນະກຳມະການຕາມຂໍ້ c ເພື່ອດຳເນີນການກວດສອບ ແລະ ປະເມີນຜົນການດຳເນີນວຽກງານ ໂດຍແຕ່ລະຝ່າຍກິດຈະກຳ ດຳເນີນການຈັດການລາຍງານຕາມແບບຟອມທີ່ກຳນົດ ເພື່ອສະທ້ອນຜົນການດຳເນີນງານຂອງແຕ່ລະຝ່າຍກິດຈະກຳ ຈັດສົ່ງໃຫ້ຄະນະກຳມະການ ທີ່ໄດ້ຮັບແຕ່ງຕັ້ງ
- ມີການຈັດສົ່ງລາຍງານການປະເມີນຕົນເອງ ແລະ ລາຍງານຜົນການປະເມີນຈາກຄະນະກຳມະການ ໃຫ້ຄະນະສະມາຄົມພາຍໃນເວລາທີ່ກຳນົດ ຫລັງຈາກທີ່ດຳເນີນການກວດສອບ ຈາກຄະນະກຳມະການ ຕາມແຜນການກວດສອບ ທີ່ໄດ້ກຳນົດໄວ້ຮຽບຮ້ອຍແລ້ວ
[/dt_sc_iconbox][dt_sc_empty_space margin_lg=”146″ margin_md=”” margin_sm=”” margin_xs=”” el_id=”1545983849922-6a0706fd-bd23″][dt_sc_iconbox type=”type2″ icon_type=”none” title=”ມາດຕະຖານດ້ານການພັດທະນາປັບປຸງແກ້ໄຂ” subtitle=”4″ class=”custom-style reverse alignright last”]
ເກນມາດຕະຖານ:
- ມີການຖອດຖອນບົດຮຽນຈາກການດຳເນີນກິດຈະກຳ
- ມີການຖ່າຍທອດ/ຈັດການຄວາມຮູ້ກ່ຽວກັບນະວັດຕະກຳ ຫລື ແນວທາງປະຕິບັດທີ່ດີ
- ມີການແລກປ່ຽນຮຽນຮູ້ກ່ຽວກັບນະວັດຕະກຳ ຫລື ແນວປະຕິບັດທີ່ດີໃຫ້ກັບສະມາຄົມ ຫລື ກຸ່ມນັກສຶກສາ.
- ມີການຈັດການແຜນພັດທະນາປັບປຸງແກ້ໄຂຄຸນນະພາບຈາກຜົນການປະເມີນ
- ມີການສົ່ງແຜນພັດທະນາປັບປຸງ ໃຫ້ສະມາຄົມໃນເວລາທີ່ກຳນົດ
- ມີການດຳເນີນວຽກງານຕາມແຜນພັດທະນາທີ່ປັບປຸງ.
ຕົວຢ່າງແນວທາງປະຕິບັດ
- ມີການຖອດຖອນບົດຮຽນຈາກການດຳເນີນວຽກງານ ໂດຍການມີສ່ວນຮ່ວມຂອງນັກສຶກສາແຕ່ລະກຸ່ມທຸກຄົນ ເພື່ອລະດົມຄວາມຄິດເຫັນຮ່ວມກັນ ແລະ ແລກປ່ຽນແນວທາງລະຫວ່າງກັນ ເຊິ່ງຈະນຳໄປສູ່ການຫາຄຳຕອບຂໍ້ມູນທີ່ຕ້ອງການພັດທະນາປັບປຸງການດຳເນີນວຽກງານໃຫ້ມີປະສິດທິພາບ ແລະ ປະສິດທີ່ຜົນຍິ່ງຂຶ້ນ.
- ມີການຖ່າຍທອດ ແລະ ຈັດການຄວາມຮູ້ກ່ຽວກັບນະວັດຕະກຳ ຫລື ແນວທາງປະຕິບັດທີ່ດີ ໂດຍມີກຳນົດປະເດັນຄວາມຮູ້ກ່ຽວກັບນະວັດຕະກຳ ຫລື ແນວທາງປະຕິບັດຂອງແຕ່ລະຝ່າຍກິດຈະກຳ ເພື່ອຖ່າຍທອດ ແລະ ຈັດການຄວາມຮູ້ຮ່ວມກັນລະຫວ່າງນັກສຶກສາໃນແຕ່ລະກຸ່ມ
- ມີການແລກປ່ຽນຄວາມຮູ້ກ່ຽວກັບນະວັດຕະກຳ ຫລື ແນວປະຕິບັດທີ່ດີໃຫ້ກັບສະມາຄົມ ຫລື ກຸ່ມນັກສຶກສາ ໂດຍນຳປະເດັນຄວາມຮູ້ກ່ຽວກັບສິ່ງທີ່ແປກໃໝ່ ຫລືແນວທາງປະຕິບັດທີ່ດີຂອງແຕ່ລະກຸ່ມ ມາແລກປ່ຽນຮຽນຮູ້ເຊິ່ງກັນແລະກັນ.
- ມີການວາງແຜນພັດທະນາປັບປຸງຄຸນນະພາບຈາກຜົນການປະເມີນ ໂດຍນຳປະເດັນຂໍ້ສະເໜີແນະນຳທີ່ໄດ້ຈາກຜົນການກວດສອບ ແລະ ປະເມີນ ຮ່ວມກັນຈັດວາງແຜນພັດທະນາປັບປຸງຄຸນນະພາບການດຳເນີນວຽກງານໃນຮອບປີຕໍ່ໄປ ໃຫ້ເກີດການພັດທະນາປັບປຸງການດຳເນີນກິດຈະກຳຢ່າງຕໍ່ເນື່ອງໃນແຕ່ລະຝ່າຍກິດຈະກຳ.
- ມີການສົ່ງແຜນພັດທະນາປັບປຸງແກ້ໄຂ ໃຫ້ສະມາຄົມພາຍໃນເວລາທີ່ກຳນົດ ຕາມໄລຍະເວລາທີ່ສະມາຄົມກຳນົດໄວ້ໃນແຜນການດຳເນີນງານ.
- ມີການດຳເນີນວຽກງານແຜນພັດທະນາປັບປຸງແກ້ໄຂ ໂດຍມີຫຼັກຖານທີ່ສະທ້ອນໃຫ້ເຫັນເຖິງຜົນການດຳເນີນວຽກງານທີ່ກຳນົດໄວ້ຕາມແຜນພັດທະນາປັບປຸງ.
[/dt_sc_iconbox][dt_sc_empty_space margin_lg=”146″ margin_md=”” margin_sm=”” margin_xs=”” el_id=”1596785982496-5f1f33ae-06e0″][dt_sc_iconbox type=”type2″ icon_type=”none” title=”ມາດຕະຖານການເງິນງົບປະມານ” subtitle=”5″ class=”custom-style reverse alignleft”]
ເກນມາດຕະຖານ:
- ມີແນວທາງການຈັດຫາຊັບພະຍາກອນທາງດ້ານການເງິນ ແລະ ມີການວາງແຜນການໃຊ້ເງິນຢ່າງມີປະສິດຕິພາບ, ໂປ່ງໃສ ກວດສອບໄດ້.
- ມີການຈັດການຂໍ້ມູນທາງການເງິນ ແລະ ຊັບສິນຂອງສະມາຄົມ ເພື່ອຜູ້ນຳນັກສຶກສາສາມາດນຳໄປໃຊ້ໃນການຕັດສິນໃຈ ແລະ ວິເຄາະສະຖານະທາງການເງິນ.
- ມີການຈັດການລາຍງານທາງການເງິນ ແລະ ຊັບສິນຂອງສະມາຄົມທຸກປະເພດ
- ມີການຕິດຕາມການໃຊ້ຈ່າຍເງິນໃຫ້ເປັນໄປຕາມລະບຽບ ແລະ ກົດເກນທີ່ສະມາຄົມ, ຄະນະບໍລິຫານກຳນົດ
- ຄະນະບໍລິຫານງານ ແລະ ຄະນະປະທານນັກສຶກສາຈັດສົ່ງລາຍງານທາງການເງິນ ແລະ ຊັບສິນຂອງສະມາຄົມໃຫ້ກັບຄະນະສະມາຄົມພາຍໃນເວລາທີ່ກຳນົດ.
ຕົວຢ່າງແນວທາງປະຕິບັດ
- ມີແນວທາງການຈັດຫາຊັບພະຍາກອນທາງດ້ານການເງິນ ແລະ ມີການວາງແຜນການໃຊ້ຈ່າຍເງິນຢ່າງມີປະສິດຕິພາບ ໂປ່ງໃສ ກວດສອບໄດ້ ໂດຍຜູ້ນຳນັກສຶກສາ ກຳນົດແນວທາງແຜນການບໍລິຫານຈັດການທາງການເງິນ ເພື່ອໃຊ້ເປັນແນວທາງການຈັດຫາແຫລ່ງເງິນທຶນທີ່ເໝາະສົມກັບລັກສະນະຂອງຄ່າໃຊ້ຈ່າຍ ຫລື ເງິນທຶນ ແລະ ພຽງພໍສຳລັບການບໍລິຫານພາລະກິດຂອງສະມາຄົມໃນທຸກໆດ້ານໃຫ້ເປັນໄປຕາມເປົ້າໝາຍ ແລະ ມີແຜນໃຊ້ເງິນຢ່າງມີປະສິດທິພາບ ເຮັດໃຫ້ລາຍຮັບ ແລະ ລາຍຈ່າຍເປັນໄປຢ່າງເໝາະສົມ.
- ມີການຈັດການຂໍ້ມູນທາງການເງິນ ແລະ ຊັບສິນຂອງສະມາຄົມ ເພື່ອຜູ້ນຳນັກສຶກສາສາມາດນຳໄປໃຊ້ໃນການຕັດສິນໃຈ ແລະ ວິເຄາະສະຖານະທາງການເງິນ ວ່າສາມາດໃຊ້ເງິນຕາມແຜນຫລືບໍ ແລະ ເງິນກັບກິດຈະກຳໃດ ມີຜົນລັບຈາກການດຳເນີນວຽກງານແບບໃດ ມີງົບປະມານເຫລືອຈ່າຍໃນແຕ່ລະແຜນເທົ່າໃດ ເພື່ອວາງແຜນການຈັດກິດຈະກຳຕາມແຜນຫລືຈັດຫາຊັບພະຍາກອນໄດ້ຢ່າງເຫມາະສົມ
- ມີການລາຍງານທາງການເງິນ ແລະ ຊັບສິນຂອງສະມາຄົມທຸກປະເພດ ໂດຍມີຂໍ້ມູນລາຍງານທາງການເງິນ ແລະ ຊັບສິນຂອງສະມາຄົມ.
- ມີການຕິດຕາມການໃຊ້ເງິນໄປເປັນຕາມລະບຽບການ ແລະ ກົດເກນທີ່ຄະນະສະມາຄົມ,ຄະນະປະທານນັກສຶກສາ ແລະ ຄະນະບໍລິຫານ ໄດ້ກຳນົດຜູ້ນຳນັກສຶກສາໃນແຕ່ລະຝ່າຍກິດຈະກຳ ມີການບໍລິຫານ ແລະ ຕິດຕາມການໃຊ້ເງິນໃຫ້ເປັນໄປຕາມແຜນ, ລະບຽບ ແລະ ກົດເກນທີ່ກຳນົດ ເພື່ອໃຫ້ການໃຊ້ເງິນເປັນໄປຢ່າງມີປະສິດຕິພາບ, ໂປ່ງໃສ ກວດສອບໄດ້.
- ປະທານນັກສຶກສາຈັດສົ່ງລາຍງານທາງການເງິນ ແລະ ຊັບສິນຂອງສະມາຄົມ ໃຫ້ກັບຄະນະສະມາຄົມພາຍໃນເວລາທີ່ກຳນົດ ໂດຍປະທານນັກສຶກສານຳສະເໜີລາຍງານທາງການເງິນ ແລະ ຊັບສິນຂອງສະມາຄົມ ເພື່ອເປັນຂໍ້ມູນປະກອບກັບການຕັດສິນໃຈສຳລັບຄະນະສະມາຄົມໃນການຈັດສັນງົບປະມານໃຫ້ເໝາະສົມກັບການດຳເນີນວຽກງານຂອງແຕ່ລະຝ່າຍກິດຈະກຳຕໍ່ໄປ
[/dt_sc_iconbox]