
ລາຍລະອຽດ
ການແຂ່ງຂັນໃນຮອບທຳອິດ ຫຼື ຮອບຄັດເລືອກມີ ທັງໝົດ 3 ຮອບ ແບ່ງອອກເປັນ ທັງໝົດ 6 ກຸ່ມ
ກຸ່ມລະ 10 ຄົນ
ຫ້ອງທີ່ມີ 6 ຄົນແມ່ນແຂ່ງກັນ 3 ຄູ່ຫຼັງຈາກໄດ້ຜູ້ເຂົ້າຮອບ 3 ຄົນແລ້ວ ຈົກສະຫຼາກຜູ້ໂຊກດີ ສຳລັບອີກ 2 ຄົນຕ້ອງແຂ່ງກັນ ຫຼັງຈາກໄດ້ຜູ້ຊະນະແລ້ວມາແຂ່ງກັບຜູ້ໂຊກດີເພື່ຶອຂັດເຂົ້າຮອບຕັດສິນ
- ຮອບຄັດເລຶອກ : ຈະມີທັງຫມົດ 3 ຮອບ , ຈະເລີ່ມການແຂ່ງຂັນພ້ອມກັນຫມົດ ເຊິ່ງຈະແບ່ງການແຂ່ງຂັນອອກເປັນ 6ກຸ່ມ ກຸ່ມລະ 10 ຄົນ(ກຸ່ມທີ່6 ຈະມີຜູ້ເຂົ້າແຂ່ງຂັນ 6ຄົນ):
- ຮອບທີ່1 : ໃນແຕ່ລະກຸ່ມ ຈະມີທັງຫມົດ 10 ຄົນ, ແບ່ງອອກເປັນ 5 ຄູ່. 1ຄູ່/3ຄໍາຖາມ (ໃນຮອບນີ້ ຈະຄັດເອົາຜູ້ຊະນະ 5 ຄົນ, ໂດຍຄົນທີ່ຕອບໄດ້ 2 ໃນ 3ຂໍ້ ຈະເປັນຜູ້ຊະນະ ແລະ ຜ່ານເຂົ້າຮອບຕໍ່ໄປ
- ຮອບທີ່2 : ໃນຮອບນີ້ຈະມີທັງຫມົດ 5 ຄົນ, ແບ່ງອອກເປັນ 2ຄູ່ ແລະ ຜູ້ໂຊກດີ 1ຄົນ (ໃນຮອບນີ້ແມ່ນຈະໄດ້ມີການ ຈັບສະຫລາກຜູ້ໂຊກດີ 1ຄົນ, ເຊິ່ງຜູ້ໂຊກດີນີ້ແມ່ນຈະໄດ້ຜ່ານເຂົ້າຮອບຕໍ່ໄປ ແບບອັດຕະໂນມັດ). ແລະ ໃນສ່ວນຂອງ 2ຄູ່ທີ່ເຫລືອ ແມ່ນຈະໄດ້ມາແຂ່ງຂັນກັນ, ແລ້ວເລືອກເອົາຄົນທີ່ຕອບໄດ້ 2 ໃນ 3ຂໍ້ ເປັນຜູ້ຊະນະ ແລະ ຜ່ານເຂົ້າຮອບຕໍ່ໄປ
- ຮອບທີ່3 : ໃນຮອບນີ້ຈະມີທັງຫມົດ 3 ຄົນ, ເຊິ່ງຈະຕັດສິນເອົາຜູ້ຊະນະ 1ຄົນ, ແບ່ງອອກເປັນ 1ຄູ່ ແລະ ຜູ້ໂຊກດີ 1ຄົນ (ໃນຮອບນີ້ແມ່ນຈະໄດ້ມີການ ຈັບສະຫລາກຜູ້ໂຊກດີ 1ຄົນ, ເຊິ່ງຜູ້ໂຊກດີນີ້ແມ່ນຈະໄດ້ຜ່ານເຂົ້າຮອບຕໍ່ໄປ ແບບອັດຕະໂນມັດ). ແລະ ໃນສ່ວນຂອງ 2ຄົນ ແມ່ນຈະໄດ້ມາແຂ່ງຂັນກັນ, ແລ້ວເລືອກເອົາຄົນທີ່ຕອບໄດ້ 2 ໃນ 3ຂໍ້ ເປັນຜູ້ຊະນະ ເພື່ອໄປແຂ່ງໃນຮອບຕໍ່ໄປ ທີ່ຫ້ອງ
ຫມາຍເຫດ: ສຳຫລັບກຸ່ມທີ່ມີ 6ຄົນ ແມ່ນຈະແບ່ງອອກເປັນ 3ຄູ່, ຄັດເອົາຜູ້ຊະນະ 3ຄົນ, ຫລັງຈາກທີ່ໄດ້ຜູ້ຊະນະທັງ 3ຄົນແລ້ວ ແມ່ນຈະໄດ້ມາແຂ່ງຂັນກັນ ໃນຮອບທີ 3 ເພື່ອຫາຜູ້ຊະນະພຽງແຕ່ຄົນດຽວ ເພື່ອທີ່ຈະໄປແຂ່ງໃນຮອບຕໍ່ໄປ.
- ຮອບຮອງຊະນະເລີດ: ໃນຮອບນີ້ ແມ່ນຫລັງຈາກທີ່ເຮົາໄດ້ຜູ້ຊະ 6ຄົນ ຈາກ 6ກຸ່ມ ແລ້ວແບ່ງອອກເປັນ 3ຄູ່, ແຂ່ງ 1ຄູ່/3ຄໍາຖາມ ໂດຍຄົນທີ່ຕອບໄດ້ 2 ໃນ 3ຂໍ້ ຈະເປັນຜູ້ຊະນະ ແລະ ຜ່ານເຂົ້າຮອບຕໍ່ໄປ.
- ຮອບຊິງຊະນະເລີດ: ໃນຮອບນີ້ ຈະມີຜູ້ເຂົ້າແຂ່ງຂັນທີ່ຜ່ານການແຂ່ງຂັນໃນຮອບທີ່ຜ່ານມາ ທັງຫມົດ 3ຄົນ, ແລ້ວທັງ 3ຄົນ ແມ່ນຈະໄດ້ມາແຂ່ງກັນທັງຫມົດ 3ຮອບ, 1ຮອບ/3ຄໍາຖາມ ແລ້ວເລືອກເອົາຜູ້ທີ່ຊະນະຈາກ 2 ໃນ 3ຮອບ ເປັນຜູ້ຊະນະເລີດ ແລະ ຮອງຊະນະເລີດ ຕາມລຳດັບ.
ກົດກະຕິກາ
ຄຳຖາມ 1 ຈະມີ 4 ຕົວເລືອກ, ຜູ້ແຂ່ງຂັນແມ່ນຈະຕ້ອງຕອບ ແລະ ຕ້ອງມີຄວາມໄວໃນການຕອບທຸກຄັ້ງ
- ໃຫ້ສົ່ງຕົວແທນແຕ່ລະຫ້ອງ ເພື່ອມາເຂົ້າຮ່ວມການແຂ່ງຂັນ, ຫ້ອງລະ 2ຄົນ
- ນັກສຶກສາທີ່ເຂົ້າຮ່ວມການແຂ່ງຂັນ ຈະຕ້ອງເປັນນັກສຶກສາຂອງສະຖາບັນ ສຸດສະກະເທົ່ານັ້ນ.
- ນັກສຶກສາທຸກຄົນທີ່ເຂົ້າຮ່ວມການແຂ່ງຂັນ ຈະຕ້ອງນຸ່ງຖືໃຫ້ເປັນລະບຽບ.
- ຫ້າມນັກສຶກສາ ທີິ່ເຂົ້າແຂ່ງຂັນມາຊ້າເດັດຂາດ.
- ຖ້າຫາກຜູ້ເຂົ້າແຂ່ງຂັນຂອງຄູ່ໃດມາຊ້າ ແມ່ນຈະໄດ້ແຂ່ງເປັນຄູ່ສຸດທ້າຍ ແລະ ຖ້າວ່າຄູ່ສຸດທ້າຍແຂ່ງຫມົດແລ້ວ ຍັງບໍ່ມາແມ່ນຈະໄດ້ມີການຕັດສິດຄູ່ນັ້ນເລີຍ.
ຄ່າສະໝັກ ແລະ ລາງວັນ
ຄ່າສະໝັກເຂົ້າແຂ່ງຂັນແມ່ນຄົນລະ 15,000 ກີບ. ຮັບພຽງແຕ່ 56 ຄົນເທົ່ານັ້ນ
- ລາງວັນທີ 1: ເງິນສົດ 300,000 ກີບ ແລະ ຂອງທີ່ລະນຶກຈາກສະຖາບັນ
- ລາງວັນທີ 2: ເງິນສົດ 150.000ກີບ
- ລາງວັນທີ 3: ເງີນຈຳນວນ 100.000ກີບ
ວັນເວລາ ແລະ
ສະຖານທີ່
ປິດຮັບສະໝັກ: 12 ມີນາ 2021
ມື້ແຂ່ງຂັນ: 19 ມີນາ 2021 (ຮອບຄັດເລືອກ ແລະ ຮອບຕັດສິນ)
- ສະຖານທີ: ສະຖາບັນ ເຕັກໂນໂລຊີ ສຸດສະກະ, ຊັ້ນ 4 ແລະ ຊັ້ນ 5. ເວລາ 10:00 ໂມງເຊົ້າເປັນຕົ້ນໄປ
- ຫ້ອງທີ່ໃຊ້ສຳລັບການແຂ່ງຂັນ:
- ກຸ່ມ1 ຫ້ອງ 401
- ກຸ່ມ2 ຫ້ອງ 402
- ກຸ່ມ3 ຫ້ອງ 403
- ກຸ່ມ4 ຫ້ອງ 404
- ກຸ່ມ5 ຫ້ອງ 405
- ກຸ່ມ6 ຫ້ອງ 406
- ຫ້ອງທີ່ໃຊ້ສຳລັບການແຂ່ງຂັນ:
(ສໍາຫລັບຫ້ອງທີ່ໃຊ້ໃນການແຂ່ງ ຮອບຮອງ ແລະ ຮອບຊິງຊະນະເລີດ ແມ່ນຫ້ອງ 506)
ບ່ອນລົງທະບຽນ
ລາຍຊື່ຜູ້ສະໝັກ
ຊື່ ແລະ ນາມສະກຸນ | ຄະນະຮຽນ |
---|---|
ຊາຍພອນ ອ່ອນຣາສີ | ນິເທດສາດ |
ທ້າວ ຈະຕຸພອນ ແສງລັດສະໝີ | ນິເທດສາດ |
ທ້າວ ສອນໄຊ ໃສມະນີວັນ | ນິເທດສາດ |
ພູມີພົນ ຄຳພາພົງຜ່ານ | ນິເທດສາດ |
ຊັດໄຊ ສຸລິວົງ | ນິເທດສາດ |
ທ້າວ ບຸນທະວີ ວໍລະລາດ | ວິທະຍາສາດຄອມພິວເຕີ |
ນາງ ລັດຕະນີ ໝັ້ນຄົງສິນ | ບໍລິຫານທຸລະກິດ |
ນ.ນ້ອຍມົວ | ນິເທດສາດ |
ປາກາສິດ ໂພທິລາດ | ວິທະຍາສາດຄອມພິວເຕີ |
ເກດໄກສອນ ອິນສີຊຽງໃໝ່ | ວິທະຍາສາດຄອມພິວເຕີ |
ຕິດຕໍ່ສອບຖາມ:

ຕ໋ອກກີ້ ໄຊຍະກອນ
ກຳມະການຈັດການແຂ່ງຂັນ

ສຸກສະຫວັນ ສຸວັນນະແພງສີ
ຫົວໜ້າພະແນກກິດຈະກຳ